ເຖິງແມ່ນວ່າໃນປິຜ່ານມາ, ແຂວງໄຊຍະບູລີ ຈະຜະເຊີນກັບສິ່ງທ້າທາຍຫຼາຍດ້ານ, ບໍ່ວ່າຈະເປັນການລະບາດພະຍາດໂຄວິດ-19, ໄພທໍາມະຊາດ (ນໍ້າຖ້ວມ), ການລະບາດຂອງພະຍາດສັດ ແລະ ສັດຕູພືດທໍາລາຍຜົນລະປູກ. ແຕ່ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ບັນດາຂະແໜງການຕ່າງໆ, ຈິ່ງເຮັດໃຫ້ຫຼາຍຄາດໝາຍສູ້ຊົນສາມາດບັນລຸຕາມແຜນ ແລະ ມີລັກສະນະຫັນປ່ຽນຢ່າງຕັ້ງໜ້າ. ໂດຍສະເພາະແມ່ນດ້ານເສດຖະກິດ, ຊຶ່ງໝົດປີ 2021 ເສດຖະກິດຂອງແຂວງຂະຫຍາຍຕົວ 4,4%.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ, ເຄື່ອນໄຫວຢ້ຽມຢາມ, ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີ4 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022),
ກະຊວງສຶກສາທິການ ແລະ ກີລາ, ສປປ ລາວ ພ້ອມດ້ວຍກະຊວງສຶກສາທິການ ແລະ ກໍ່ສ້າງ, ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະ ກັນ, ໂດຍການສົ່ງເສີມພັດທະນາຂົງເຂດວຽກງານການສຶກສາ ແລະ ກີລາ.
ເຈົ້າໜ້າທີ່ ປກສ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຜີຍປະຕິບັດການມ້າງຄະດີຍັກຍອກສໍ້ໂກງຊັບ ແລະ ຊຸກເຊື່ອງຄ້າຂາຍຊັບຜິດກົດໝາຍ, ຊຶ່ງສາມາດຈັບຜູ້ຖືກຫາໄດ້ 1 ຄົນ, ເບື້ອງຕົ້ນກວດພົບລົດໃຫຍ່ຖືກຍັກຍອກ 40 ຄັນ. ໃນນັ້ນ, ຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມແລ້ວ 21 ຄົນ, ຂະນະທີ່ການເກັບກູ້ລົດໃຫຍ່ແມ່ນໄດ້ຄືນແລ້ວ 23 ຄັນ, ພ້ອມນັ້ນ ເຈົ້າໜ້າທີ່ກໍພວມເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.
ຄະນະຊີ້ນຳແກ້ໄຂຄວາມບໍ່ສະຫງົບຈຸດສຸມໃຈກາງ, ໄດ້ສໍາເລັດການຈັດປະຊຸມສະຫຼຸບວຽກງານຮັກສາຄວາມສະຫງົບ 5 ແຂວງ ເຂດໃຈກາງ ປະຈຳປີ 2021 ແລະ ວາງທິດທາງແຜນການໃນປີ 2022 ວາລະດັ່ງກ່າວຈັດຂຶ້ນເມື່ອອາທິດທີ່ຜ່ານມາທີ່ສະໂມສອນກອງບັນຊາການທະຫານແຂວງໄຊສົມບູນ,
ໃນໄລຍະຜ່ານມາ, ການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟ ລາວ-ຈີນ ແມ່ນໄດ້ເປີດບໍລິການ 2 ແຫ່ງຄື: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ສະຖານີຂົນສົ່ງສິນຄ້ານາເຕີຍ, ຜ່ານການບໍລິການເຫັນວ່າ ສັງຄົມໃຫ້ການຕອບຮັບຫຼາຍຂຶ້ນນັບມື້. ດັ່ງນັ້ນ, ຈິ່ງໄດ້ເປີດນໍາໃຊ້ລານຂົນສົ່ງສິນຄ້າຢູ່ສະຖານີວັງວຽງ ເພີ່ມຂຶ້ນເປັນ 3 ຈຸດ.
ຕົວເລກຕິດເຊື້ອໂຄວິດ-19 ໃນປະເທດອິນເດຍ ພຸ່ງເກີນ 270.000 ຄົນ, ຊຶ່ງສະພາບລະບາດດັ່ງກ່າວ ,ເກີດຂຶ້ນທ່າມກາງຄວາມກັງວົນຕໍ່ພິທີອາບນ້ຳສັກສິດຢູ່ແມ່ນ້ຳຄົງຄາໃນປີນີ້, ຊຶ່ງອາດຈະກາຍເປັນຈຸດລະບາດຂະໜາດໃຫຍ່ອີກຄັ້ງ.
ສປປ ລາວ ກຳລັງສູນເສຍພື້ນທີ່ປູກກາເຟ, ເນື່ອງຈາກຊາວກະສິກຳກໍຫັນໄປຜະລິດພືດຊະນິດອື່ນເຊັ່ນ ມັນຕົ້ນ ແລະ ຢາງພາລາ, ເພາະວ່າໄລຍະເວລາໃນການປູກ ແລະ ເກັບກູ້ຜົນຜະລິດໄວກວ່າ.
ເພື່ອປັບປຸງດ້ານບໍລິການຂົນສົ່ງຜູ້ໂດຍສານໃຫ້ດີຂຶ້ນ, ດັ່ງນັ້ນບໍລິສັດທາງລົດໄຟ ລາວ-ຈີນຈິ່ງພິຈາລະນາຂະຫຍາຍໄລຍະເວລາຊື້ປີ້ລ່ວງໜ້າ, ຈາກໄລຍະຊື້ລ່ວງໜ້າ 2 ວັນ (ໝາຍເຖິງຊື້ກ່ອນ 1 ວັນ ລວມທັງວັນເດີນທາງ) ມາເປັນ 3 ວັນ (ໝາຍເຖິງຊື້ກ່ອນ 2 ວັນ ລວມທັງວັນເດີນທາງ),
ຕົວເມືອງອັດສະລິຍະ, ກຳລັງຈະປາກົດຂຶ້ນທີ່ ສປປ ລາວ ໂດຍກຸ່ມບໍລິສັດພົງສະຫວັນຈຳກັດ ດ້ວຍມູນຄ່າການລົງທຶນເຖິງ 580 ລ້ານໂລດາສະຫະລັດ ຫຼືປະມານ 6,73 ພັນຕື້ກີບ, ເພື່ອພັດທະນາໃຫ້ເປັນສູນລວມທາງດ້ານການພັດທະນາເສດຖະກິດ,