ປະກາດຈັດຕັ້ງຄະນະດ່ານພາສີິສາກົນ 2 ແຫ່ງ

   ພິທີປະກາດການຈັດຕັ້ງຄະນະພາສີປະຈຳແຂວງສະຫວັນນະເຂດພ້ອມທັງປະກາດການຈັດຕັ້ງຄະນະດ່ານພາສີສາກົນຂົວມິດຕະພາບ II (ສະຫວັນນະເຂດ-ມຸກດາຫານ) ແລະດ່ານພາສີສາກົນແດນສະຫວັນລາວ-ບາວ (ລາວ-ຫວຽດນາມ) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2021 ທີ່ຫ້ອງການດັ່ງກ່າວ,

ສມກຈ ສ້າງຄວາມເຂັ້ມແຂງກອງທຶນສິນເຊື່ອບ້ານແຂວງວຽງຈັນ

  ສະມາຄົມການເງິນຈຸລະພາກ (ສມກຈ) ຮ່ວມກັບພະແນກແຜນການ ແລະການລົງທຶນ, ສະຫະພັນແມ່ຍິງ ແຂວງວຽງຈັນ ແລະສະຫະພັນແມ່ຍິງ ເມືອງແມດ ໄດ້ຈັດຕັ້ງການຈັດຝຶກອົບຮົມຄວາມຮູ້ກ່ຽວກັບການສະໜັບສະໜູນສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກອງທຶນສິນເຊື່ອບ້ານທີ່ມີຄວາມຍືນຍົງ, 

ຂໍ້ມູນຜູ້ເສຍຊີວິດຈາກໂຄວິດ-19 ໃໝ່ 3 ຄົນ ຢູ່ ສປປ ລາວ ວັນທີ 12 ຕຸລາ 2021

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 12 ຕຸລາ 2021 ໃຫ້ຮູ້ວ່າ: ຜູ້ເສຍຊີວິດໃໝ່ເພີ່ມ +3 ຄົນ ເຊິ່ງລາຍລະອຽດດັ່ງນີ້:

ມີແຜນພັດທະນາ 3 ນະຄອນໃໝ່ ໃຫ້ມີສະພາບເເວດລ້ອມທີ່ດີ ແລະໜ້າຢູ່

ລັດຖະບານມີແຜນໃນການປັບປຸງພັດທະນາ 3 ນະຄອນໃໝ່ປະກອບດ້ວຍນະຄອນຫຼວງພະບາງ, ນະຄອນໄກສອນ ພົມວິຫານ ແລະນະຄອນປາກເຊ

ມອບ-ຮັບໜ້າທີ່ຫົວໜ້າພະແນກ ຖວທ ໄຊສົມບູນ

 ພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ (ຖວທແຂວງໄຊສົມບູນ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າພະແນກຜູ້ເກົ່າ ແລະຜູ້ໃໝ່ຂຶ້ນໃນວັນທີ 7 ຕຸລາຜ່ານມານີ້ທີ່ຫ້ອງປະຊຸມພະແນກດັ່ງກ່າວໂດຍການເປັນປະທານຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານພັກ-ພະນັກງານ,

ໂຮງງານໂກລິງ ລາວ ມອບເງິນສົດ ແລະເຄື່ອງປ້ອງກັນໂຄວິດໃຫ້ກະຊວງ ອຄ

 ກະຊວງອຸດສາຫະກຳ ແລະການຄ້າ (ອຄໄດ້ຮັບເງິນ ແລະເຄື່ອງຊ່ວຍເຫຼືອເພື່ອຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກໂຮງງານໂກລິງລາວ ລວມມູນຄ່າ 320 ລ້ານກີບ.

ອິນແປງບ້ານສວນ ສູນລວມເຄື່ອງປະດັບ-ມຸງຄຸນ

  ຖືເປັນຂ່າວດີສຳລັບແມ່ບ້ານແມ່ເຮືອນຜູ້ທີ່ມັກຮັກໃນການຕົບແຕ່ງສວນ ແລະເຄື່ອງມຸງຄຸນປະຈຸບັນອິນແປງບ້ານສວນຖືເປັນສູນລວມເຄື່ອງປະດັບຕົບແຕ່ງສວນບ້ານເຮືອນພ້ອມເຄື່ອງມຸງຄຸນທີ່ເພິ່ນນຳມາຈຳໜ່າຍນັບເປັນຫຼາຍ 100 ລາຍການທີ່ມີຫຼາກຫຼາຍສີສັນໃຫ້ທ່ານເລືອກໃຊ້ບໍລິການ.

ຮຸ້ນສ່ວນຢາງພາລາຫວຽດ-ລາວ ມອບເງິນຊ່ວຍເມືອງບາຈຽງຈະເລີນສຸກ

   ບໍລິສັດຮຸ້ນສ່ວນຢາງພາລາຫວຽດ-ລາວ ຈໍາກັດໄດ້ປະກອບສ່ວນມອບເງິນສົດຈໍານວນ 30 ລ້ານກີບໃຫ້ແກ່ອໍານາດການປົກຄອງເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້າ ລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລະບາດໜັກໃນເມືອງດັ່ງກ່າວ.

ລົດໄຟລາວ-ຈີນ ເປີດໃຊ້ແນ່ນອນທ້າາຍປີນີ້ ແຕ່ເບື້ອງຕົ້ນຂົນສົ່ງສິນຄ້າກ່ອນ

  ທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການແນ່ນອນໃນວັນທີ 2 ທັນວາປີນີ້ທາງລົດໄຟດັ່ງກ່າວຖ້າໃນສະພາບປົກກະຕິຈະນໍາເອົາຜົນປະໂຫຍດຕົວຈິງຢ່າງຫຼວງຫຼາຍມາໃຫ້ປທດລາວເພາະຈະໃຊ້ເພື່ອຮັບເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວລາວ,

ເກີດເຫດຟ້າຜ່າຕົ້ນໂພ ເຮັດໃຫ້ງົວປະຊາຊົນຕາຍ 9 ໂຕ

ເມື່ອບໍ່​ດົນ​ມານີ້ ໄດ້ເກີດເຫດຝົນຕົກໜັກ ແລະຟ້າເຫຼື້ອມ ຟ້າຜ່າໃສ່ຕົ້ນໂພທີ່ຢູ່ແຄມນ້ຳແບງ ບ້ານຍໍ້ ເມືອງແບງ ແຂວງອຸດົມໄຊ ເປັນເຫດເຮັດໃຫ້ງົວຂອງປະຊາຊົນທີ່ມັດຢູ່ກ້ອງຕົ້ນໂພຕາຍ ຈຳນວນ 9 ໂຕ.