ສຳເລັດ 25 ໂຄງການ ສ້ອມແປງສຸກເສີນຊົນລະປະທານຫຼັງນ້ຳຖ້ວມ

 ການເລັ່ງແກ້ໄຂສຸກເສີນສຳລັບການສ້ອມແປງລະບົບຊົນລະປະທານຫຼັງນ້ຳຖ້ວມໃນປີ 2018 ຜ່ານມາ, ເປັນບັນຫາໜຶ່ງທີ່ສຳຄັນ ແລະ ມີຄວາມຈຳເປັນຫຼາຍ, ໂດຍຜ່ານມາລັດຖະບານໄດ້ຈັດສັນງົບເຂົ້າແກ້ໄຂແລ້ວ ແລະໜ່ວຍງານທີ່ຮັບຜິດຊອບກໍໄດ້ເອົາໃຈໃສ່, ພ້ອມທັງ ມີ 25 ໂຄງການສຳເລັດ ແລະຈຳນວນໜຶ່ງພວມສືບຕໍ່ຢູ່.

ທພລ-ສຄອຊ ພ້ອມສ້າງເງື່ອນໄຂສູ່ແຫຼ່ງທຶນເອັສເອັມອີ

  ທະນາຄານພັດທະນາລາວ (ທພລ) ແລະສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ຈັດຕັ້ງການພົບປະຫາລື ແລະໄດ້ຕົກລົງກັນຢ່າງເປັນທາງການກ່ຽວກັບການເປີດໂຕະໃຫ້ແກ່ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະກາງ (SMEs) ໄດ້ເຂົ້າມາສອບຖາມການເຂົ້າເຖິງແຫຼ່ງທຶນຂອງ ທພລ ໄດ້ຢ່າງສະດວກ, ງ່າຍດາຍ ແລະ ວ່ອງໄວຊຶ່ງເປັນການຮັບໃຊ້ນະໂຍບາຍຂອງລັດຖະບານ ແລະໄດ້ເປັນນິມິດ

ລາວໂທລະຄົມ ສ້າງລາຍຮັບໄດ້ 1,8 ພັນຕື້ກີບ

 ບໍລິສັດລັດວິສາຫະກິດ ລາວໂທ ລະຄົມມະນາຄົມ ໄດ້ຈັດກອງປະຊຸມສະ ຫຼຸບຜົນງານການເຄື່ອນໄຫວວຽກງານປະ ຈໍາປີ 2018 ແລະທິດທາງແຜນການໃນ ປີ 2019 ຂຶ້ນໃນວັນທີ 13 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ ການເປັນປະທານຂອງທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫຍ່ບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມ

ກະຊວງການເງິນ ລົງວິໄນພະນັກງານ 35 ຄົນ ພ້ອມທັງລົບຊື່ອອກ 10 ຄົນ

  ວັນທີ 13 ກຸມພາ 2019 ທີ່ກະຊວງການເງິນ, ໄດ້ດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກກະຊວງການເງິນຄັ້ງທີ 7 ສະໄໝທີ II ເພື່ອເປັນການສະຫຼຸບຕີລາຄາການຊີ້ນໍາ-ນຳພາຮອບດ້ານຂອງຄະນະບໍລິຫານງານພັກກະຊວງການເງິນປີ 2018 ຜ່ານມາ ແລະຍັງເປັນການສະເໜີມະຕິຂອງກົມການເມືອງສູນກາງພັກເພື່ອກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ນາຍົກ ເນັ້ນຂະແໜງພາຍໃນເອົາໃຈໃສ່ຫຼາຍບັນຫາ

 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງພາຍໃນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019 ໄດ້ປິດລົງໃນຕອນບ່າຍວັນທີ 13 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດໂດຍເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີ ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ

ອຸດົມໄຊ ກວດພົບສານຕົກຄ້າງສູງໃນພືດຜັກ ແລະໝາກໄມ້ນຳເຂົ້າ

    ທ້າຍອາທິດຜ່ານມາ ແຂວງອຸດົມໄຊ ໂດຍສະເພາະແມ່ນພະແນກກະສິກຳ ແລະປ່າໄມ້ແຂວງ ຊຶ່ງນຳໂດຍທ່ານ ພອນປະສິດ ປັນຍາສະຫວັດ ຮອງຫົວໜ້າພະ ແນກກະສິກຳ ແລະປ່າໄມ້ແຂວງສົມທົບກັບຫ້ອງການກະສິກຳ ແລະປ່າໄມ້ ແລະ ອຸດສາຫະກຳ ເມືອງໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະວິໄຈສານພິດຕົກຄ້າງໃນພືດຜັກ ແລະໝາກໄມ້ຢູ່ທີ່ຕະຫຼາດກະສິກຳນວນຕາບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ.

7 ບໍລິສັດຮັບອະນຸຍາດຊອກຄົ້ນ-ສຳຫຼວດແຮ່ທາດ 10 ໂຄງການຢູ່ໄຊຍະ ແຕ່ບໍ່ເຄື່ອນໄຫວ

ຕາມຂໍ້ມູນຈາກພະແນກພະລັງງານ ແລະບໍ່ແຮ່ແຂວງໄຊຍະບູລີ ເປີດເຜີຍໃຫ້ຮູ້ວ່າ: ໃນສົກປີຜ່ານມາໂຄງການຊອກຄົ້ນ-ສຳຫຼວດແຮ່ທາດ ແລະໂຄງການສຳຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີທີ່ເອກະຊົນລົງທຶນປະຕິບັດຢູ່ແຂວງໄຊຍະບູລີ ຂັ້ນສູນກາງຄຸ້ມຄອງບໍ່ໄດ້ຈັດຕັ້ງປະຕິບັດ 7 ບໍລິສັດໃນຈຳ ນວນ 10 ໂຄງການມີເນື້ອທີ່ສຳປະທານ 3,9 ພັນກິໂລຕາແມັດ, ກວມເອົາ 13.29% ຂອງເນື້ອ

ຮອງນາຍົກຊີ້ນຳ ຖວທ ເອົາໃຈໃສ່ 7 ບັນຫາ

  ໃນໜຶ່ງປີຜ່ານມາເຖິງແມ່ນຂະແໜງ ຖວທ ຈະມີຫຼາຍຜົນງານທີ່ເປັນການຢັ້ງຢືນເຖິງຄວາມຄວາມຮັບຜິດຊອບສູງ, ຄວາມເອົາໃຈໃສ່, ເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ແຕ່ກໍປາສະຈາກບໍ່ໄດ້ຈຸດອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງຊຶ່ງທ່ານຮອງນາຍົກໄດ້ຊີ້ນຳ 7 ບັນຫາໃຫ້ ຖວທ ຈົ່ງພ້ອມກັນເອົາໃຈໃສ່ຫາວິທີການ ແລະມາດຕະການໃນການແກ້ໄຂໃຫ້ນັບມື້ດີຂຶ້ນ.

ປີ 2019 ນີ້ລັດຈະໃຊ້ງົບກ່ວາ 600 ກວ່າຕື້ກີບ ບູລະນະທາງຫລວງ 18 ເສັ້ນ

 ໃນປີ 2018 ຜ່ານມາການກໍ່ສ້າງ-ສ້ອມແປງຂົວ-ທາງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງມີຜົນສໍາເລັດຫຼາຍດ້ານບໍ່ວ່າຈະເປັນໂຄງການກໍ່ສ້າງເສັ້ນທາງຕ່າງໆໃນຂອບເຂດທົ່ວປະເທດ ແລະ ວຽກສ້ອມແປງທາງຫຼວງແຫ່ງຊາດແບບກໍານົດເວລາທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ.

ເສດຖະກິດດິຈິຕ໋ອນຢູ່ລາວຈະຖືກພັດທະນາ

   ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນການຄົ້ນຄວ້າ ແລະພັດທະນາເຕັກໂນໂລຊີດິຈິຕ໋ອນ ເພື່ອພັດທະນາເສດຖະກິດດິຈິຕ໋ອນຢູ່ ສປປ ລາວ ໄດ້ມີຂຶ້ນໃນວັນທີ 8 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ລະ ຫວ່າງລັດຖະບານລາວກັບບໍລິສັດ ລຽວບິ ສິດສະເຕັມ