ປະທານ ອາຊຽນ 2022 ປະກາດນະໂຍບາຍຟື້ນການທ່ອງທ່ຽວ

ສົມເດັດ ອັກຄະຣະມະຫາເສນາບໍດີ ເດໂຊ ຮຸນເຊນ, ນາຍົກລັດຖະມົນຕີ ແຫ່ງ ກຳປູເຈຍ, ໄດ້ເປີດເຜີຍວ່າ: ພາລະກິດຫຼັກຂອງສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ (ອາຊຽນ) ປີ 2022, ຄືການຕໍ່ສູ້ກັບການແພ່ລະບາດຂອງພະຍາດໂຄວິດ-19 ແລະ ມຸ່ງຟື້ນຟູພາກການທ່ອງທ່ຽວ.

ປກສ ຫາດຊາຍຟອງ ສືບຕໍ່ມ້າງກຸ່ມແກ້ງຄ້າຢາ

ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເລັ່ງຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, 

ກອງທັບປະຊາຊົນລາວ ກອງທັບວິລະຊົນ ຊາດລາວວິລະຊົນ

ກອງທັບປະຊາຊົນລາວ ສຶບຕໍ່ຮັກສາມູນເຊື້ອປະຕິວັດ, ຕໍ່ສູ້ເດັດດ່ຽວ, ພິລະອາດຫານ, ບໍ່ຍອມ ຈໍານົນ, ຍາກປານໃດກໍບຸກ, ທຸກປານໃດກໍສູ້, ເຖິງຈະເສຍສະຫຼະກໍບໍ່ຫວາດຫັ່ນ, ຍາມໃດກໍສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ,ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ. ກອງທັບເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງປະຊາຊົນດ້ວຍຄວາມບໍລິສຸດໃຈ. ຍ້ອນແນວນັ້ນ, ຈິ່ງໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ, ຖະໜອມຫອມຮັກແລະ ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນບັນດາເຜົ່າ, ອັນໄດ້ເປັນບໍ່ເກີດຂອງກໍາລັງແຮງທີ່ບໍ່ເຫືອດແຫ້ງຈັກເທື່ອ. ກອງທັບປະຊາຊົນລາວ ສົມແລ້ວທີ່ເປັນກອງທັບວິລະຊົນ, ຊາດລາວວິລະຊົນ.

73 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ

ຕະຫອດໄລຍະ 73 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະກອບອາ ວຸດພາຍໃຕ້ການນຳພາໂດຍກົງເດັດຂາດຮອບດ້ານຈາກພັກປະຊາຊົນປະຕິວັດລາວ. ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫວງໃນການຕໍ່ສູ້ອັນຍືດເຍື້ອຍາວນານເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ.

 

ຍົກສູງຄວາມສາມາດນໍາພາຂອງອົງຄະນະພັກ ຮັບປະກັນບົດບາດ ຫສນຍ

ຍົກສູງຄວາມສາມາດການນຳພາຂອງອົງຄະນະພັກ, ຮັບປະກັນການປະຕິບັດບົດບາດຂອງ ຫສນຍ, ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ”, ນີ້ແມ່ນຄໍາຂວັນຂອງກອງປະຊຸມໃຫຍ່ ຄັ້ງທີ V

ປີຜ່ານມາ ເສດຖະກິດໄຊຍະບູລີ ຂະຫຍາຍຕົວ 4,4%

ເຖິງແມ່ນວ່າໃນປິຜ່ານມາ, ແຂວງໄຊຍະບູລີ ຈະຜະເຊີນກັບສິ່ງທ້າທາຍຫຼາຍດ້ານ, ບໍ່ວ່າຈະເປັນການລະບາດພະຍາດໂຄວິດ-19, ໄພທໍາມະຊາດ (ນໍ້າຖ້ວມ), ການລະບາດຂອງພະຍາດສັດ ແລະ ສັດຕູພືດທໍາລາຍຜົນລະປູກ. ແຕ່ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ບັນດາຂະແໜງການຕ່າງໆ, ຈິ່ງເຮັດໃຫ້ຫຼາຍຄາດໝາຍສູ້ຊົນສາມາດບັນລຸຕາມແຜນ ແລະ ມີລັກສະນະຫັນປ່ຽນຢ່າງຕັ້ງໜ້າ. ໂດຍສະເພາະແມ່ນດ້ານເສດຖະກິດ, ຊຶ່ງໝົດປີ 2021 ເສດຖະກິດຂອງແຂວງຂະຫຍາຍຕົວ 4,4%.

ເລຂາທິການໃຫຍ່ ຢ້ຽມຢາມ-ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີ 4

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ, ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022),

ລາວ-ຫວຽດນາມ ຮ່ວມພັດທະນາວົງການສຶກສາ ແລະກີລາ

ກະຊວງສຶກສາທິການ ແລະ ກີລາສປປ ລາວ ພ້ອມດ້ວຍກະຊວງສຶກສາທິການ ແລະ ກໍ່ສ້າງສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະ ກັນ, ໂດຍການສົ່ງເສີມພັດທະນາຂົງເຂດວຽກງານການສຶກສາ ແລະ ກີລາ.

ມ້າງຄະດີສໍ້ໂກງຊັບ ເຜີຍຄວາມເສຍຫາຍລົດໃຫຍ່ 40 ຄັນ

ເຈົ້າໜ້າທີ່ ປກສ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຜີຍປະຕິບັດການມ້າງຄະດີຍັກຍອກສໍ້ໂກງຊັບ ແລະ ຊຸກເຊື່ອງຄ້າຂາຍຊັບຜິດກົດໝາຍ, ຊຶ່ງສາມາດຈັບຜູ້ຖືກຫາໄດ້ 1 ຄົນ, ເບື້ອງຕົ້ນກວດພົບລົດໃຫຍ່ຖືກຍັກຍອກ 40 ຄັນ. ໃນນັ້ນ, ຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມແລ້ວ 21 ຄົນ, ຂະນະທີ່ການເກັບກູ້ລົດໃຫຍ່ແມ່ນໄດ້ຄືນແລ້ວ 23 ຄັນ, ພ້ອມນັ້ນ ເຈົ້າໜ້າທີ່ກໍພວມເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ.

5 ແຂວງໃຈກາງ ສະຫຼຸບວຽກງານຄວາມສະຫງົບ

ຄະນະຊີ້ນຳແກ້ໄຂຄວາມບໍ່ສະຫງົບຈຸດສຸມໃຈກາງ, ໄດ້ສໍາເລັດການຈັດປະຊຸມສະຫຼຸບວຽກງານຮັກສາຄວາມສະຫງົບ ແຂວງ ເຂດໃຈກາງ ປະຈຳປີ 2021 ແລະ ວາງທິດທາງແຜນການໃນປີ 2022 ວາລະດັ່ງກ່າວຈັດຂຶ້ນເມື່ອອາທິດທີ່ຜ່ານມາທີ່ສະໂມສອນກອງບັນຊາການທະຫານແຂວງໄຊສົມບູນ,